
EDUCATION CONSULTANT
ທີ່ປືກສາດ້ານການຮຽນ & ເຮັດວຽກໃນຍີ່ປຸ່ນ

ກ່ຽວກັບພວກເຮົາ
ການສຶກສາຢູ່ໃນປະເທດຍີ່ປຸ່ນແມ່ນຄວາມຝັນຂອງຫຼາຍຄົນມາແຕ່ດົນນານ. ດ້ວຍຄວາມເຂັ້ມແຂງຂອງ ລະບົບການສຶກສາ ທີ່ດີອັນດັບຕົ້ນໆຂອງໂລກ, ເຊັ່ນດຽວກັນກັບຂໍ້ດີຕ່າງໆຂອງລະບົບສາທາລະນະສຸກ ແລະ ສະພາບແວດລ້ອມໃນປະເທດນີ້. ຊາວໜຸ່ມຫຼາຍຄົນຕັ້ງໃຈເລືອກເອົາປະເທດຍີ່ປຸ່ນ ເປັນຈຸດໝາຍປາຍທາງ ໃນອະນາຄົດ. ຢ່າງໃດກໍ່ຕາມ, ຂໍ້ມູນຫຼາຍຢ່າງ ກ່ຽວກັບການໄປຮຽນຕໍ່ ທີ່ປະເທດຍີ່ປຸ່ນ ແມ່ນຍັງບໍ່ມີຄວາມຊັດເຈນ ແລະ ຊັບຊ້ອນຫຼາຍສໍາລັບຜູ້ທີ່ກໍາລັງສົນໃຈຢູ່.
ຫ້ອງການນະຄອນຫຼວງຂອງ ບໍລິສັດ MINNA ເປັນທີ່ປຶກສາ ດ້ານການຮຽນຕໍ່ ໃນປະເທດຍີ່ປຸ່ນ. ເຊີ່ງມີຂໍ້ມູນຫຼັກສູດ ໃນຫຼາຍລະດັບແຕກຕ່າງກັນ, ໂດຍສະເພາະໂຮງຮຽນພາສາ ແລະ ຄອສເຝີກອົບຮົມຕ່າງໆ. ນອກນັ້ນ, ພວກເຮົາຍັງມີສາຂາ ຢູ່ໃນເມືອງ Tokyo & Osaka, ເຊີ່ງຈະພ້ອມໃຫ້ການບໍລິການ ແລະ ສະໜັບສະໜູນຕ່າງໆ ຕັ້ງແຕ່ການສະໝັກຮຽນ ຈົນຕະຫຼອດໄລຍະເວລາທີ່ໃຊ້ຊີວິດຢູ່ຍີ່ປຸ່ນ.
MINNA ຈື່ງຫວັງວ່າ, ຜ່ານບົດຄວາມນີ້, ສາມາດຕອບຄໍາຖາມຂອງທ່ານໄດ້ຢ່າງຄົບຄົບຖ້ວນ ໃນຫຼາຍໆຄຳຖາມເຊັ່ນ:
-
ເມືອງ, ໂຮງງຮຽນ, ຄອສຮຽນ, ເຂດທີ່ຢູ່ ແບບເໝາະສົມກັບເຈົ້າ?
-
ຂັ້ນຕອນການສະໝັກຮຽນ ແລະ ສີ່ງທີ່ຕ້ອງກະກຽມລ່ວງໜ້າ?
-
ຄ່າໃຊ້ຈ່າຍ ແລະ ການໃຊ້ຊີວິດ ໃນປະເທດຍີ່ປຸ່ນ?
-
ທຶນການສຶກສາ ຢູ່ຍີ່ປຸ່ນໃນປີ 2022?
4 ເຫດຜົນຫຼັກ ທີ່ຄວນໄປຮຽນພາສາ ທີ່ປະເທດຍີ່ປຸ່ນ
ການສຶກສາທີ່ມີຄຸນນະພາບ ອັນດັບຕົ້ນໆຂອງໂລກ!
ຍີ່ປຸ່ນເປັນປະເທດທີ່ມີຊື່ສຽງໃນດ້ານລະບົບການສຶກສາທີ່ດີເລີດ ແລະ ເປັນປະເທດທີ່ມີປະສິດທິພາບສູງດ້ານການສືກສາກ່ຽວກັບ ອັກສອນສາດ, ຄະນິດສາດ ແລະ ວິທະຍາສາດ. ມະຫາວິທະຍາໄລ ຢູ່ຍີ່ປຸ່ນທັງໝົດ ແມ່ນຖືກຄວບຄຸມໂດຍກະຊວງສຶກສາທິການ ແລະ ເຕັກໂນໂລຍີ (MEXT), ເພາະສະນັ້ນ ໃບຢັ້ງຢືນຕ່າງໆຈາກມະຫາວິທະຍາໄລຢູ່ຍີ່ປຸ່ນຈຶ່ງສາມາດນຳໃຊ້ ແລະ ຖືກຍອມຮັບທົ່ວໂລກ. ນອກນັ້ນ, ສາຂາວິຊາ ແລະ ຄອສຮຽນຕ່າງໆຍັງມີຄວາມຫຼາກຫຼາຍ, ຈື່ງເຮັດໃຫ້ນັກສຶກສາຕ່າງປະເທດສາມາດເລືອກສາຂາວິຊ່າ ທີ່ເໝາະສົມກັບຕົນເອງ ເພື່ອຮຽນ ແລະ ຄົ້ນຄວ້າໄດ້ຢ່າງງ່າຍດາຍ. ບໍ່ພຽງແຕ່ເທົ່ານັ້ນ, ລັດຖະບານຍີ່ປຸ່ນຍັງໄດ້ສຸມໃສ່ຫຼາຍກັບ ສິ່ງອໍານວຍຄວາມສະດວກໃນການຮຽນຮູ້ຂອງນັກສຶກສາເຊັ່ນ: ຫໍສະໝຸດທີ່ຖືກສ້າງຢູ່ໃນເຂດຕ່າງໆ, ຄອສຮຽນພາສາ/ວັດທະນະທຳຟຮີ ໃນແຕ່ລະເມືອງ, ທືນສະໜັບສະໜູນຈາກລັດຖະບານ ແລະ ເອກະຊົນ, ອື່ນໆ.

ສະພາບແວດລ້ອມທີ່ປອດໄພ ແລະ ລະບົບການແພດທີ່ດີເລີດ!
ດ້ວຍອັດຕາການກໍ່ອາຊະຍາກຳ ແລະ ການໃຊ້ຢາເສບຕິດໜ້ອຍທີ່ສຸດ ຖ້າທຽບກັບປະເທດພັດທະນາອື່ນໆ ຍີ່ປຸ່ນຈື່ງເປັນໜື່ງໃນປະເທດທີ່ປອດໄພທີ່ສຸດໃນໂລກ. ໂຕກຽວ ແລະ ໂອຊາກາ ຍັງຖືກຈັດໃຫ້ເປັນເມືອງທີ່ປອດໄພອັນດັບ 1 ແລະ 3 ຂອງໂລກຕາມລຳດັບ. ໃນຂະນະທີ່ຍີ່ປຸ່ນມີໄພທຳມະຊາດເປັນບາງຄັ້ງຄາວ ແຕ່ການກໍ່ສ້າງກໍມີມາດຕະຖານສູງເຊັ່ນດຽວກັນ. ການປະດິດສ້າງເຕັກໂນໂລຢີຕ້ານແຜ່ນດິນໄຫວຂອງຍີ່ປຸ່ນທີ່ເລີ່ມມາກ່ວາ 4 ສັດຕະວັດ, ໄດ້ເຮັດໃຫ້ຍີ່ປຸ່ນຢູ່ໃນແຖວຫນ້າ ດ້ານໂຄງສ້າງພື້ນຖານທີ່ປອດໄພໃນໂລກ. ນອກນັ້ນ, ອີງຕາມອົງການອະນາໄມໂລກ, ຄົນຍີ່ປຸ່ນກໍ່ມີອາຍຸຍືນທີ່ສຸດໃນໂລກນຳ. ເຊີ່ງສ່ວນໜື່ງກໍ່ມາຈາກ ລະບົບການແພດທີ່ດີເລີດຂອງຍີ່ປຸ່ນ ທີ່ທຸກຄົນສາມາດເຂົ້າຫາໄດ້ ຜ່ານລະບົບປະກັນສຸຂະພາບແຫ່ງຊາດ ທີ່ມີລາຄາຖືກຫຼາຍ.

ໂອກາດໃນການຫາເຮັດວຽກເສີມ ແລະ ຊອກວຽກປະຈຳ ເພື່ອຢູ່ໄລຍະຍາວ!
ຍີ່ປຸ່ນເປັນປະເທດທີ່ມີປະຊາກອນສູງອາຍຸຫຼາຍ, ເຮັດໃຫ້ຊັບພະຍາກອນມະນຸດສຳຫຼັບການພັດທະນາ ຂາດເຂີນຢ່າງໜັກໜ່ວງ. ໃນປີ 2020, ຈຳນວນຊາວຍີ່ປຸ່ນທີ່ມີອາຍຸເກີນ 64 ປີ ກວມເອົາ 23%. ປະສົບກັບສະພາບດັ່ງກ່າວ, ລັດຖະບານຍີ່ປຸ່ນກໍ່ມີນະໂຍບາຍບຸລິມະສິດຫຼາຍຢ່າງເພື່ອດຶງດູດຄົນງານຕ່າງປະເທດ. ນອກຈາກນັ້ນ, ຫຼັງຈາກໂລກລະບາດ, ການຂາດແຄນຊັບພະຍາກອນມະນຸດໃນຍີ່ປຸ່ນຍີ່ງເພີ່ມຂຶ້ນ. ເພື່ອແກ້ໄຂບັນຫາຂາດເຂີນແຮງງານ ແລະ ສ້າງກຳລັງແຮງໃຫ້ແກ່ການພັດທະນາເສດຖະກິດ, ໂອກາດການເຮັດວຽກຢູ່ຍີ່ປຸ່ນ ຈື່ງໄດ້ເພີ່ມຂຶ້ນຕາມ. ໂດຍກົດໝາຍຍີ່ປຸ່ນແລ້ວ, ນັກສືກສາຕ່າງປະເທດສາມາດເຮັດວຽກເສີມໄດ້ສູງສຸດ 28 ຊົ່ວໂມງຕໍ່ 1 ອາທີດ, ເຊີ່ງໂດຍສະເລ່ຍແລ້ວ ພຽງພໍຕໍ່ການໃຊ້ຈ່າຍໃນການໃຊ້ຊີວິດ, ພ້ອມຍັງພຽງພໍຕໍ່ການຈ່າຍຄ່າຮຽນໃນແຕ່ລະເດືອນໄດ້ນຳ. ແລະ ເນື່ອງຈາກຄວາມຕ້ອງການ ຊັບພະຍາກອນມະນຸດເພີ່ມຂຶ້ນຫຼາຍ, ໂອກາດໃນການຫາວຽກເຮັດເຕັມເວລາ ສຳຫຼັບຄົນທີ່ໄດ້ພາສາຍີ່ປຸ່ນ ກໍ່ເພີ່ມສູງຂື້ນເຊັ່ນດຽວກັນ. ເພາະສະນັ້ນ, ການເລີ່ມຕົ້ນໄປຍີ່ປຸ່ນດ້ວຍການຮຽນພາສາ, ຈື່ງເຮັດໃຫ້ເພີ່ມໂອກາດໃຫ້ຕົນເອງ ໃນການໄດ້ເລືອກວຽກປະຈຳທີ່ມັກ ຫຼື ມີລາຍຮັບທີ່ດີກ່ວາ ໄດ້ຫຼາຍຂື້ນ.

ທຳມະຊາດ, ຜູ້ຄົນ ແລະ ວັດທະນະທຳທີ່ເປັນເອກະລັກ!
ຍີ່ປຸ່ນຍັງເປັນປະເທດທີ່ມີຄວາມປອດໄພ ແລະ ສະດວກຫຼາຍໃນການເດີນທາງທ່ອງທ່ຽວອີກນຳ. ດ້ວຍເຄືອຂ່າຍການຂົນສົ່ງສາທາລະນະ ແລະ ເສັ້ນທາງລົດໄຟທີ່ທົ່ວເຖີງ ແລະ ດີເລີດ, ພ້ອມກັບການເພີ່ມຂື້ນຂອງສາຍການບີນຕ່າງໆຈາກເອເຊຍ, ການຢ້ຽມຢາມຈາກຄອບຄົວຢູ່ລາວ ຫຼື ການເດີນທາງທ່ອງທ່ຽວ ໃນເວລາວ່າງຈາກການຮຽນ, ເຮັດວຽກ ກໍ່ເປັນສີ່ງທີ່ເຮັດໄດ້ງ່າຍ ແລະ ສະດວກສະບາຍເຊັ່ນດຽວກັນ. ນອກຈາກນັ້ນ, ການດຳລົງຊີວິດໃນຕ່າງແດນ ແລະ ສຶກສາຮຽນຮູ້ພາສາໃໝ່ ຢູ່ປະເທດຍີ່ປຸ່ນ, ນອກຈາກຈະເຮັດໃຫ້ເຈົ້າໄດ້ຊື່ນຊົມ ກັບປະຫວັດສາດ, ທຳມະຊາດ, ວັດທະນະທໍາ ແລະ ສິນລະປະ ທີ່ເປັນເອກະລັກແບບຫາຢູ່ໃສບໍ່ໄດ້ ຂອງປະເທດນີ້ແລ້ວ, ມັນຍັງເປັນຊ່ອງທາງ ໃນການໄດ້ຮຽນຮູ້ກ່ຽວກັບ ມຸມມອງດ້ານຈິດສຳນຶກຂອງຄົນຍີ່ປຸ່ນຜ່ານພາສາ, ຂໍ້ສຳຄັນຂອງຄວາມຫຼາກຫຼາຍທາງວັດທະນະທຳ ແລະ ສັງຄົມຕ່າງໆ. ເຊີ່ງພວກເຮົາເຊື່ອວ່າ ສີ່ງເຫຼົ່ານີ້ຈະນຳພາສູ່ການເຂົ້າໃຈ ແລະ ເຫັນຄ່າຫຼາຍຂື້ນກ່ຽວກັບຕົນເອງ ຫຼື ພື້ນທີ່, ວັດທະນະທຳ, ປະເທດຂອງຕົນ, ແລະ ຈະນຳພາສູ່ການສາມາດມອບຄຸນຄ່າໃຫ້ແກ່ສັງຄົມໃນອະນາຄົດໄດ້ຫຼາຍຂື້ນ.

ເງື່ອນໄຂໃນການສະໝັກໄປຮຽນພາສາ ດ້ວຍທືນຕົນເອງ
ໂດຍສ່ວນໃຫຍ່ແລ້ວ, ນັກສຶກສາຕ່າງປະເທດຢູ່ຍີ່ປຸ່ນ ຈະເລືອກສະໝັກຮຽນທັນທີ ຫຼັງຈາກຮຽນຈົບມັດທະຍົມ. ດັ່ງນັ້ນ, ເງື່ອນໄຂທົ່ວໄປສຳຫຼັບການສະໝັກຮຽນພາສາ ໃນຍີ່ປຸ່ນມີຄື:
ພົນລະເມືອງລາວ
ອາຍຸແຕ່ 18 ຫາ 35 ປີ
ມີລະດັບພາສາຍີ່ປຸ່ນ N5 ຫຼື ມີຫຼັກຖານໃນການເຄີຍຮຽນພາສາຍີ່ປຸ່ນ
(ຖ້າບໍ່ເຄີຍ ທາງ MINNA ຈະຈັດອາຈານ ແລະ ຄອສຮຽນໃຫ້)
ຈົບຫຼັກສູດມັດທະຍົມສົມບູນ ຫຼື ຊັ້ນສູງ, ວິທະຍາໄລ, ມະຫາວິທະຍາໄລ
ຫຼັກຖານຢັ້ງຢືນສະຖານະທາງການເງີນຂອງຕົນເອງ ຫຼື ຄົນຄ້ຳປະກັນ (ບັນຊີທະນາຄານ 1 ປີຍ້ອນຫຼັງ).
ບໍ່ເຄີຍໄດ້ຮັບໂທດ ແລະ ບໍ່ຖືກຫ້າມອອກນອກປະເທດ ຈາກລັດຖະບານລາວ
ສຳລັບບຸກຄົນທີ່ເຄີຍໄປຍີ່ປຸ່ນໃນຖານະ ຝຶກງານ, ຕ້ອງມີໃບປະກາດພາສາຍີ່ປຸ່ນລະດັບ N3 ຂຶ້ນໄປ, ກັບຄືນປະເທດລາວ 6 ເດືອນ – 1 ປີ ແລະ ມີເອກະສານຄົບຖ້ວນເວລາທີ່ກັບປະເທດ.
ເປັນຫຍັງຕ້ອງເລືອກສະໝັກຮຽນຢູ່ຍີ່ປຸ່ນຜ່ານ MINNA?
ບໍລິສັດ MINNA ກໍ່ຕັ້ງຂື້ນທີ່ເມືອງໂອຊາກ້າ, ປະເທດຍີ່ປຸ່ນໃນເດືອນ 7 ປີ 2017, ໂດຍມີຈຸດປະສົງຫຼັກຄື ການສະໜັບສະໜູນຄົນຕ່າງປະເທດ. ໃນການໃຊ້ຊີວິດຢູ່ຍີ່ປຸ່ນໄລຍະຍາວ. ໃນເດືອນ 8 ປີ 2022 ນີ້, MINNA ໄດ້ເລີ່ມເປີດຫ້ອງການຢູ່ນະຄອນຫຼວງວຽງຈັນຂື້ນ, ເຮັດໜ້າທີ່ເປັນທີ່ປຶກສາ ດ້ານການຮຽນຕໍ່ ໃນປະເທດຍີ່ປຸ່ນ ສຳຫຼັບນັກຮຽນລາວທຸກຄົນທີ່ສົນໃຈ. ແລະ ເຫດຜົນພ້ອມລາຍລະອຽດ ທີ່ເປັນຫຍັງຄວນເລືອກສະໝັກໄປຮຽນຢູ່ຍີ່ປຸ່ນ ຜ່ານ MINNA ນັ້ນມີຄື:
ຫ້ອງການ
ມີຫ້ອງການໃນເມືອງໂອຊາກ້າ ແລະ ໂຕກຽວ, ປະເທດຍີ່ປຸ່ນ, ພ້ອມກັບເຄືອຂ່າຍຄົນລາວ, ນັກຮຽນລາວໃນຍີ່ປຸ່ນ. ຈື່ງພ້ອມໃຫ້ການສະໜັບສະໜູນ ແລະ ຄຳປືກສາ ຕັ້ງແຕ່ເວລາເລີ່ມວາງແຜນ, ກ່ອນເ ດີນທາງ, ລະຫວ່າງທີ່ຢູ່ຍີ່ປຸ່ນ ແລະ ຈົນກ່ວາຈະກັບມາລາວຖາວອນ
ຈຸດດຽວ
ສາມາດສະໜັບສະໜູນຕັ້ງແຕ່ການກະກຽມພາສາຍີ່ປຸ່ນ, ແປ ແລະ ປະສານງານເລື່ອງເອກະສານ, ຊ່ວຍເຝີກສຳຫຼັບການສໍາພາດຂໍ VISA ຫຼື ຂໍ ໃບ COE, ຈັດຈອງປີ້ຍົນ, ແນະນຳອາພາດເມັ້ນສ່ວນຕົວລ່ວງໜ້າ, ຊ່ວຍສະໝັກເບີໂທ, ອິນເຕີເນັດ, ອື່ນໆ
ທີມງານ
ມີທີມງານມືອາຊີບ, ມີປະສົບການໃນການສຶກສາ, ໃຊ້ຊີວິດ, ເຮັດທຸລະກິດ, ລົງທືນ, ມີທີມນັກບັນຊີ, ທະນາຍຄວາມ ຢູ່ທີ່ປະເທດຍີ່ປຸ່ນ. ສາມາດໃຫ້ຄໍາປຶກສາ ແລະ ສະໜັບສະໜູນ ນັກຮຽນຢ່າງໃກ້ຊິດ ກັບຂໍ້ມູນທີ່ຊັດເຈນ ແລະ ຖືກຕ້ອງທີ່ສຸດ
ຄ່າໃຊ້ຈ່າຍ
ຮັບປະກັນດ້ານໂຕເລກຄ່າໃຊ້ຈ່າຍ. ໃນຫຼາຍໆກໍລະນິແມ່ນອາດຈະໄດ້ສ່ວນຫຼຸດເພີ່ມຫຼາຍກ່ວາການສະໝັກດ້ວຍຕົນເອງ. ເນື່ອງຈາກພວກເຮົາມີຫ້ອງການທີ່ປະເທດຍີ່ປຸ່ນໂດຍກົງ, ແລະ ມີຄວາມສຳພັນໃກ້ຊິດກັບບໍລິສັດຕ່າງໆທີ່ສະໜັບສະໜູນຄົນຕ່າງປະເທດໃນຍີ່ປຸ່ນ
ຂໍ້ມູນ
ເຄືອຂ່າຍຂໍ້ມູນໃນເກືອບທຸກເມືອງໃນປະເທດຍີ່ປຸ່ນ. ສາມາດແນະນຳ ຄອສຮຽນ, ໂຮງຮຽນ ຫຼື ທາງເລືອກທີ່ເໝາະສົມທີ່ສຸດ
ຮັບປະກັນ
ໃຫ້ຄຳປືກສາ, ແນະນຳ ແລະ ເຝີກອົບຮົມກ່ອນການສຳພາດຕ່າງໆ. ຈື່ງຈະເຮັດໃຫ້ເພີ່ມໂອກາດໃນການໄດ້ຮັບເຂົ້າຮຽນ, ໄດ້ຮັບໃບ COE ຫຼື VISA
ທີ່ຕັ້ງຂອງຫ້ອງການບໍລິສັດ MINNA ໃນປະເທດລາວ
ຫ້ອງການປະເທດລາວ: ຖະໜົນສາຍລົມ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ປະເທດລາວ
ເບີໂທ: (+856) 20 9574 8668 | ອີເມລ: inquiry@minnajsc.com
ທີ່ຕັ້ງຂອງຫ້ອງການບໍລິສັດ MINNA ໃນປະເທດຍີ່ປຸ່ນ
ຫ້ອງການໂອຊາກ້າ, ປະເທດຍີ່ປຸ່ນ: Katao Building 2F, Niponbashinishi 1-4-11, Naniwa-ku, Osaka 553-0004, Japan
ເບີໂທ: (+81) 06 6585 9108
ຫ້ອງການໂຕກຽວ, ປະເທດຍີ່ປຸ່ນ: Sugamo Colt Building 5F, Sugamo 1-28-9, Toshima-ku, Tokyo 170-0002, Japan
ເບີໂທ: (+81) 03 6912 0668
©Copyrights of MINNA JSC 2019